"Aeroplane" Lirik
"Aeroplane" gaduh lirik dina laos basa.
"Aeroplane" hartina asalna tina laos basa jeung ayeuna teu dirobah jadi tarjamah Inggris.
ການເດີນທາງຂອງເຮືອບິນ | Aeroplane - Tanu Vannasin
Track 1: ການເດີນທາງຂອງເຮືອບິນ | Aeroplane
Album: Aftergrow
Listen & Download :
Written and Composed by Vannasin THIPAPHAY
Produced by Phousy Keovongsa, Kiengkay Xayavong & Vannasin THIPAPHAY
Mixed and Mastered by Phousy Keovongsa (Tension Lab)
Studio Recording at Tension Lab
Lyrics | Aeroplane
ການເດີນທາງທີ່ໄກແສນໄກ
ຕ້ອງຜ່ານຜ່າຄວາມຈິງ ແລະ ຄວາມເຂົ້າໃຈ
ສິ່ງຕ່າງໆເກີດຂຶ້ນຮອບກາຍເໝືອນຝັນໄປ
ການເດີນທາງຄວາມຮັກຂອງເຮົາ
ມີຈຸດໝາຍໄກເກີນທີ່ຈະຂ້າມໄປ
ດາວດວງນັ້ນທີ່ເຈົ້າຝັນໄຝ່ ລັບຫາຍໄປ
ແລະ ໃນໃຈກໍຮູ້ວ່າຖືກແລ້ວທີ່ເຈົ້າໄປ
ເຖິງໃນຕອນສຸດທ້າຍບໍ່ອາດທຳໃຈໄດ້ເລີຍ
ເກັບກະເປົ໋າຫົວໃຈ ອອກເດີນທາງ
ສູ່ຈຸດໝາຍທີ່ໄກ ແລະ ເລືອນລາງ
ຂ້ອຍຍັງຄົງເດີນທາງ
ຢູ່ເທິງເຮືອບິນທີ່ເຮົາທັງສອງໄດ້ສ້າງມັນຂຶ້ນມາ
ຢູ່ກັບເວລາພາບຄວາມຊົງຈຳທີ່ມີ່ຄ່າ
ເກີນກ່ວາຈະລົບມັນອອກຈາກໃຈ
ເມື່ອຊີວິດບໍ່ເປັນຢ່າງທີ່ຫວັງ
ຄວາມຮັກນັ້ນເຫຼືອໄວ້ເຊິ່ງຄວາມຝັນ
ສິ່ງດີໆທີ່ເຄີຍມີໃຫ້ກັນ
ດົນເທົ່າໃດກໍຍັງຢູ່ບ່ອນນັ້ນ
ຂ້ອຍຈະໃຊ້ຊີວິດດ້ວຍຄວາມຫວັງ
ຂໍໃຫ້ເຈົ້າໂຊກດີກັບຄວາມຝັນ
ທີ່ຜ່ານມາຂໍອາໄພໃຫ້ກັນ
ດີໃຈແລ້ວທີ່ເຄີຍຢູ່ບ່ອນນັ້ນ
ການເດີນທາງທີ່ໄກແສນໄກ
ຄົງຈົບລົງເມື່ອຕອນທີ່ຂ້ອຍນັ້ນເຂົ້າໃຈ
ຊາກເຮືອບິນ ແລະ ລົມຫາຍໃຈ
ສະຫຼາຍໄປ